ລາຍລະອຽດ ແລະ ກະຕິກາຂອງກິດຈະກຳ

ຜະລິດຕະພັນ M-150 ເອົາສະຫລາກທີ່ມີ ຮູບ ໃຫ້ໂຊກ 2 ຊັ້ນ ເທົ່ານັ້ນ. ໄລຍະເວລາການຮ່ວມກິດຈະກຳແມ່ນ ເລີ່ມຕັ້ງແຕ່ວັນທີ: ວັນທີ 1 ມີນາ - ທັນວາ 2022

ລາຍລະອຽດຂອງລາງວັນ

ຂອງລາງວັນສຳຫລັບຜູ້ບໍລິໂພກມູນຄ່າກວ່າ 10,000 ລ້ານກີບ

  • ໂຊກຊັ້ນທີ 1: ເງິນສົດ, ແລະ ດື່ມຟຣີ
  • ໂຊກຊັ້ນທີ 2: ໂທລະສັບມືຖື ຫຼື ທອງຄຳ

ກະຕິກາ ແລະ ເງື່ອນໄຂການເຂົ້າຮ່ວມກິດຈະກຳ ແລະ ການຮັບລາງວັນ

ຂອງລາງວັນສຳຫລັບຜູ້ບໍລິໂພກມູນຄ່າກວ່າ 10,000 ລ້ານກີບ

  • ຜູ້ເຂົ້າຮ່ວມກິດຈະກຳ ຕ້ອງສຶກສາກະຕິກາ ແລະ ເງື່ອນໄຂການເຂົ້າຮ່ວມກິດຈະກຳ, ຍອມຮັບກະຕິກາ ແລະ ການຮັບລາງວັນທຸກປະການ.
  • ຜູ້ເຂົ້າຮ່ວມກິດຈະກຳສາມາດຊື້ຜະລິດຕະພັນທີ່ຮ່ວມລາຍການໄດ້ໂດຍບໍ່ມີຈຳນວນຈຳກັດຕະຫລອດໄລຍະເວລາເຮັດກິດຈະກຳ.
  • ໂຊກຊັ້ນທີ 1 ສຳຫລັບຜູ້ບໍລິໂພກເປີດຝາມາເຫັນລາງວັນກ້ອງຝາເປັນເງິນສົດ, ທອງຄຳ ແລະ ດື່ມຟຣີ ສາມາດໄປແລກໄດ້ທີ່ຮ້ານຄ້າທີ່ເຂົ້າຮ່ວມລາຍການ ຫລື ບໍລິສັດ ເອສທີ ກຣຸບ ຈຳກັດຜູ້ດຽວ (ຊັ້ນ4 ພະແນກການຕະຫລາດ).
  • ໂຊກຊັ້ນທີ 2 ສຳຫລັບຜູ້ບໍລິໂພກສົ່ງລະຫັດກ້ອງຝາ 10 ຕົວເລກມາແລ້ວເຂົ້າໄປທີ່ Facebook:M-150Laos ຫລື www.m150.la ເພື່ອຮ່ວມລຸ້ນຮັບໂທລະສັບ iPhone 11 ຜູ້ໂຊກດີທີ່ໄດ້ຮັບລາງວັນຈະໄດ້ຮັບການຕິດຕໍ່ຈາກທາງບໍລິສັດເພື່ອມາຮັບຂອງລາງວັນ.
  • ຜູ້ໂຊກດີຈະຕ້ອງເກັບຝາລາງວັນທີ່ມີລະຫັດກົງກັບລາງວັນທີ່ອອກປະຈຳງວດທີ່ກຳຫນົດເພື່ອເປັນຫລັກຖານ ຫາກຜູ້ໂຊກດີມີຫລັກຖານບໍ່ຄົບຖ້ວນ ຫລື ບໍ່ມາຮັບລາງວັນພາຍໃນ 15 ມື້ຂອງມື້ປະກາດລາງວັນທາງບໍລິສັດຈະໄດ້ຕັດສິດການຮັບລາງວັນ.
  • ຖ້າຫາກບໍລິສັດມີການປ່ຽນແປງກະຕິກາ ເງື່ອນໄຂໃນການຮ່ວມກິດຈະກຳ ໂດຍຈະແຈ້ງການ ໃນຊ່ອງທາງ Facebook: M-150 LAOS. ຂອງລາງວັນບໍ່ສາມາດປ່ຽນເປັນເງິນສົດ ຫລືລາງວັນອື່ນໄດ້. ບໍລິສັດຂໍສະຫງວນສິດໃນການເກັບຝາທັງຫມົດໄວ້ເປັນຫລັກຖານໃນການຮັບລາງວັນ ແລະ ຈະບໍ່ສົ່ງຄືນໃຫ້ແກ່ຜູ້ໂຊກດີ, ຖ້າຫາກມີບັນຫາຂັດແຍ້ງ ໃຫ້ຖືເອົາຄຳຕັດສິນຂອງບໍລິສັດ ເອສທີ ກຣຸບຈຳກັດຜູ້ດຽວ ແມ່ນເປັນທີ່ສິ້ນສຸດ.
  • ຜູ້ເຂົ້າຮ່ວມກິດຈະກຳ ແລະ ຜູ້ໄດ້ຮັບລາງວັນຍິນຍອມໃຫ້ຜູ້ຈັດຈຳຫນ່າຍບໍລິສັດເອສທີ ກຣຸບຈຳກັດຜູ້ດຽວ ແລະ ຜູ້ຜະລິດ ບໍລິສັດໂອສົດສະພາ ມະຫາຊົນ ສາມາດໃຊ້ພາບ (ທັງຮູບພາບບໍ່ເຄື່ອນໄຫວ, ພາບເຄື່ອນໄຫວທີ່ບັນທຶກພາບກິດຈະກຳ ແລະ ຂໍ້ມູນອື່ນໆ ຂອງເຫດການທີ່ຜູ້ເຂົ້າຮ່ວມແລະໄດ້ຮັບລາງວັນໃນການໂຄສະນາ ຫລື ປະຊາສຳພັນໂດຍບໍ່ມີຂໍ້ຈຳກັດໃນເວລາ ແລະ ສະຖານທີ່ ຫລື ປະໂຫຍດໃນດ້ານການຄ້າ ແລະການຄົ້ນຄ້ວາດ້ານການຕະຫລາດ ເພື່ອປັບປຸງຜະລິດຕະພັນແລະການບໍລິການໃຫ້ດີຍິ່ງຂື້ນ.
  • ຜູ້ເຂົ້າຮ່ວມກິດຈະກຳ ແລະ ຜູ້ໄດ້ຮັບລາງວັນຮັບຮູ້ຕົກລົງວ່າຖ້າເກິດຄວາມເສຍຫາຍໃດໆ ຕໍ່ຕົນເອງບໍ່ວ່າຈະເປັນເຫດໃຫ້ຕົນເອງບາດເຈັບເຖິງແກ່ຄວາມຕາຍ ຫລື ເກີດຄວາມເສຍຫາຍຕໍ່ຊັບສິນຢ່າງໃດຢ່າງຫນຶ່ງອັນເນຶ່ອງມາຈາກການເຂົ້າຮ່ວມກິດຈະກຳຫລືການໄດ້ຮັບລາງວັນອັນເນື່ອງມາຈາກກິດຈະກຳນີ້ ທາງຜູ້ຈັດຈຳຫນ່າຍບໍລິສັດຈະບໍ່ຮັບຜິດຊອບຕໍ່ກໍລະນີດັ່ງກ່າວ ແລະ ເປັນຄວາມຮັບຜິດຊອບຂອງຜູ້ເຂົ້າຮ່ວມກິດຈະກຳ ແລະຜູ້ໄດ້ຮັບລາງວັນເອງ.
  • ກິດຈະກຳນີ້ຈັດຂື້ນເພື່ອຄວາມບັນເທິງຂອງຜູ້ບໍລິໂພກ ທີ່ມີພູມລຳເນົາໃນ ສປປ ລາວເທົ່ານັ້ນ.
  • ພະນັກງານ ແລະ ຄອບຄົວຂອງບໍລິສັດ ແລະ ບໍລິສັດທີ່ຖຶກວ່າຈ້າງໃຫ້ດຳເນີນລາຍການ ຫລື ບໍລິສັດສື່ໂຄສະນາປະຊາສຳພັນລາຍການນີ້ ບໍ່ມີສິດເຂົ້າຮ່ວມລາຍການ.
  • ໃນກໍລະນິມີຂໍ້ຜິດພາດ ຫລື ຂໍ້ສົງໄສກ່ຽວຂ້ອງກັບກະຕິກາ ຫລື ເງື່ອນໄຂການເຂົ້າຮ່ວມກິດຈະກຳ ແລະ ການໄດ້ຮັບລາງວັນ ຖືເອົາຄຳຕັດສິນຂອງບໍລິສັດເປັນທີ່ສິ້ນສຸດ.

ກຳນົດການຈັບລາງວັນ

ກຳນົດການຈັບລາງວັນຈຳນວນ 12 ຄັ້ງ ຜົນຊ່ອງທາງ Facebook M-150Laos

  • ຄັ້ງທີ່ 1 ຈັບລາງວັນ ວັນທີ່ 1 ເມສາ 2022 ເວລາ 18.00 ໂມງ ໂດຍເລີ່ມຕັ້ງແຕ່ວັນທີ່ 1 ມີນາ 2022 ຈົນຮອດ 31 ມີນາ 2022
  • ຄັ້ງທີ່ 2 ຈັບລາງວັນ ວັນທີ່ 1 ພຶດສະພາ 2022 ເວລາ 18.00 ໂມງ ໂດຍເລີ່ມຕັ້ງແຕ່ວັນທີ່ 1 ເມສາ 2022 ຈົນຮອດ 30 ເມສາ 2022
  • ຄັ້ງທີ່ 3 ຈັບລາງວັນ ວັນທີ່ 1 ມິຖຸນາ 2022 ເວລາ 18.00 ໂມງ ໂດຍເລີ່ມຕັ້ງແຕ່ວັນທີ່ 1 ພຶດສະພາ 2022 ເວລາ ຈົນຮອດ 31 ພຶດສະພາ 2022
  • ຄັ້ງທີ່ 4 ຈັບລາງວັນ ວັນທີ່ 1 ກໍລະກົດ 2022 ເວລາ 18.00 ໂມງ ໂດຍເລີ່ມຕັ້ງແຕ່ວັນທີ່ 1 ມິຖຸນາ 2022 ຈົນຮອດ 30 ມິຖຸນາ 2022
  • ຄັ້ງທີ່ 5 ຈັບລາງວັນ ວັນທີ່ 1 ສິງຫາ 2022 ເວລາ 18.00 ໂມງ ໂດຍເລີ່ມຕັ້ງແຕ່ວັນທີ່ 1 ກໍລະກົດ 2022 ຈົນຮອດ 31 ກໍລະກົດ 2022
  • ຄັ້ງທີ່ 6 ຈັບລາງວັນ ວັນທີ່ 1 ກັນຍາ 2022 ເວລາ 18.00 ໂມງ ໂດຍເລີ່ມຕັ້ງແຕ່ວັນທີ່ 1 ສິງຫາ 2022 ຈົນຮອດ 31 ສິງຫາ 2022
  • ຄັ້ງທີ່ 7 ຈັບລາງວັນ ວັນທີ່ 1 ຕຸລາ 2022 ເວລາ 18.00 ໂມງ ໂດຍເລີ່ມຕັ້ງແຕ່ວັນທີ່ 1 ກັນຍາ 2022 ຈົນຮອດ 31 ກັນຍາ 2022
  • ຄັ້ງທີ່ 8 ຈັບລາງວັນ ວັນທີ່ 1 ພະຈິກ 2022 ເວລາ 18.00 ໂມງ ໂດຍເລີ່ມຕັ້ງແຕ່ວັນທີ່ 1 ຕຸລາ 2022 ຈົນຮອດ 31 ຕຸລາ 2022
  • ຄັ້ງທີ່ 9 ຈັບລາງວັນ ວັນທີ່ 1 ທັນວາ 2022 ເວລາ 18.00 ໂມງ ໂດຍເລີ່ມຕັ້ງແຕ່ວັນທີ່ 1 ພະຈິກ 2022 ຈົນຮອດ 31 ພະຈິກ 2022
  • ຄັ້ງທີ່ 10 ຈັບລາງວັນ ວັນທີ່ 1 ມັງກອນ 2023 ເວລາ 18.00 ໂມງ ໂດຍເລີ່ມຕັ້ງແຕ່ວັນທີ່ 1 ທັນວາ 2022 ຈົນຮອດ 31 ທັນວາ 2022

ການເກັບຂໍ້ມູນ ແລະ ນຳໃຊ້ຂໍ້ມູນຂອງທ່ານ

ຂໍ້ມູນຂອງທ່ານຈະຖືກບັນທຶກໄວ້ຢູ່ເຄື່ອງແມ່ຂ່າຍຂອງພວກເຮົາຢ່າງປອດໄພເວລາທີ່ທ່ານລົງທະບຽນເທົ່ານັ້ນ ເຊັ່ນ: ຊື່ ແລະ ນາມສະກຸນ, ເບີໂທລະສັບ. ຖ້າທ່ານບໍ່ຕ້ອງການລົງທະບຽນຈະບໍ່ໄດ້ເກັບຂໍ້ມູນສ່ວນຕົວໃດໆເລີຍ. ຂໍ້ມູນທີ່່ພວກເຮົາໄດ້ບັນທຶກໄວ້ແມ່ນເພື່ອໃຊ້ເພື່ອຕິດຕໍ່ຫາທ່ານໃນກໍລະນີທີ່ທ່ານເປັນຜູ່ໂຊກດີໃນກິດຈະກຳຕ່າງໆທີ່ພວກເຮົາຈັດຂຶ້ນ.

ການລົບຂໍ້ມູນຂອງທ່ານ

ຫາກທ່ານປະສົງຈະລົບຂໍ້ມູນສ່ວນບຸກຄົນທີ່ໄດ້ລົງທະບຽນໄວ້ ທ່ານສາມາດເຮັດໄດ້ໂດຍເເຈ້ງໃຫ້ບໍລິສັດຮັບຮູ້ທີ່ສູນບໍລິການຂໍ້ມູນ 020-28899150 ຫຼື Facebook Page M150Laos ຈາກນັ້ນບອກ ຊື່ ແລະ ນາມສະກຸນ ແລະ ເບີໂທລະສັບທີ່ທ່ານລົງທະບຽນແກ່ພະນັກງານທີ່ຮັບຜິດຊອບ.